ຂໍ້ຄວາມຈາກປະທານ

ການເດີນທາງສູ່ອາຊີບນັກກອລຟມືອາຊີບ ທີ່ໂຮງຮຽນນານາຊາດຊຽງຮາຍ (ໂຄງການກອລຟ)

"ກ້າວຂຶ້ນສູ່ຄວາມເປັນຜູ້ນຳລະດັບໂລກ"

ໂຮງຮຽນນານາຊາດຊຽງຮາຍ (ໂຄງການກອລຟ) ແມ່ນໂຮງຮຽນນານາຊາດທີ່ມຸ່ງໝັ້ນໃນການພັດທະນາທັກສະກອລຟ ແລະຄວາມເປັນເລີດດ້ານການສຶກສາໄປພ້ອມກັນ
ພວກເຮົາມີຫໍພັກໃນໂຮງຮຽນສໍາລັບນັກຮຽນທີ່ຕ້ອງການ ແລະໃຊ້ຫຼັກສູດສາກົນທີ່ໄດ້ຮັບການຮັບຮອງ
ເພື່ອສົ່ງເສີມນັກຮຽນໃຫ້ພ້ອມສໍາລັບອາຊີບນັກກອລຟໃນອະນາຄົດ

ນັກຮຽນຂອງພວກເຮົາຈະໄດ້ຮັບປະສົບການຮຽນຮູ້ທີ່ສົມດຸນ ທັງດ້ານທຶດສະດີ ແລະ ປະຕິບັດ
ໃດ້ຝຶກກັບໂຄດລະດັບໂລກ ໃຊ້ສະຖານທີ່ທັນສະໄໝ ເພື່ອໃຫ້ໄດ້ຮັບການສຶກສາກອລຟຢ່າງຮອບດ້ານ ແລະພ້ອມສໍາລັບເວທີສາກົນ

CRIS (ໂຄງການກອລຟ) ຍຶດຫຼັກຄ່ານິຍົມຄຣິສຕຽນ ໂດຍສະເພາະ “ຄວາມຮັກ” ແລະ “ການແບ່ງປັນ”
ເຮົາມຸ່ງສ້າງສະພາບແວດລ້ອມທີ່ປອດໄພ ເປັນມິດ ແລະເປັນກໍາລັງໃຈໃຫ້ນັກຮຽນເຕີບໂຕ

ພວກເຮົາໄດ້ຮັບການຮັບຮອງຈາກ Western Association of Schools and Colleges (WASC) ຢ່າງເປັນທາງການ
ແລະໃຊ້ລະບົບພາກຮຽນຕາມລັດ California

ໂຮງຮຽນ CRIS ແລະ Happy City Golf & Resort ຢູ່ໃນມູນນິທິດຽວກັນ ໂດຍມີວິສັຍທັດທີ່ຊັດເຈນ ແລະໝັ້ນຄົງ
ເຮົາທຸ່ມເທໃນການສົ່ງເສີມນັກຮຽນຢ່າງຮອບດ້ານ ເພື່ອເປັນສະຖາບັນທີ່ຜູ້ປົກຄອງແລະນັກຮຽນໃຫ້ຄວາມໄວ້ວາງໃຈ

ເຮົາເຊື່ອວ່າລູກຫຼານຂອງທ່ານຈະໄດ້ຮັບໂອກາດໃນການສານຝັນໃຫ້ເປັນຈິງ ຜ່ານໂຄງການກອລຟ ແລະເຕີບໃຫຍ່ເປັນບຸກຄະລາກອນໃນລະດັບໂລກ

Mr. Taehyun Cho

ຜູ້ກໍ່ຕັ້ງ Happy City Golf & Resort
ຜູ້ກໍ່ຕັ້ງໂຮງຮຽນນານາຊາດເຊຍງຮາຍ
ປະທານສະມາຄົມເກົາຫຼີໃນເມືອງເຊຍງຮາຍ